Home | About Us | Hairloss Causes | Treatment | Before & After Treatment | Contact Us
Thai Language English Language
Welcome to Weerakit Hair Treatment, Dermatological Clinic, Bangkok Thailand.

 

 

 ສາເຫດຂອງຜົມຫລົ່ນຜົມບາງ ຫົວຫລ້ານ
ໂລກຜົມຫລົ່ນແບ່ງເປັນ 2 ສາເຫດໃຫຍ່ໆ

1.ຜົມຫລົ່ນຊົ່ວຄາວ ໄດ້ແກ່ ພາວະ

1)ຜົມຫລົ່ນຈາກການເຈັບປ່ວຍ ເຊັ່ນ:ເປັນໄຂ້ສູງ ຈັບສັ່ນ ໄມ້ມາເລເລຍ
2)ຜົມຫລົ່ນຈາກພາວະຫລັງຜ່າຕັດທີ່ມີການວິສັນຍີ
3)ຜົມຫລົ່ນຈາກພາວະຫລັງເກີດລູກພາຍໃນ 3 ເດືອນທຳອິດ
4)ຜົມຫລົ່ນຈາກການໄດ້ຮັບລັງສີຮັກສາ ແລະເຄມີບຳບັດ
5)ຜົມຫລົ່ນຈາກການໄດ້ຮັບສານເຄມີທີ່ບໍລິເວນເສັ້ນຜົມ ເຊັ່ນ:ການໂກກ ຄັດ ຢືດ ຫຼືຍ້ອມຜົມ
6)ຜົມຫລົ່ນຈາກສາເຫດອື່ນໆ ເຊັ່ນ: ການໄດ້ຮັບສານພິດຈາກສານປົນເປື້ອນໃນອາຫານ

2.ຜົມຫລົ່ນຢ່າງຕໍ່ເນື່ອງໄດ້ແກ່
1)ຜົມຫລົ່ນຈາກຫົວລ້ານກຳມະພັນ ພົບຫລາຍກວ່າຮ້ອຍລະ 90 ຂອງຄົນໄຂ້ທີ່ເປັນຜົມຫລົ່ນ
ປະເພດນີ້ ແລະພົບໄດ້ທັງຍິງແລະຊາຍ
2)ຜົມຫລົ່ນຈາກໂລກພູມແພ້ຕ້ານທານໄວ(Autoimmune Disease)
3)ຜົມຫລົ່ນຈາກສາເຫດອື່ນ ເຊັ່ນ: ຜົມຫລົ່ນຈາກພາວະຮໍໂມນຜິດປົກກະຕິ

ຫົວລ້ານກຳມະພັນ ຫລືຜົມບາງກຳມະພັນ

ມະນຸດໂລກໄດ້ຮູ້ຈັກໂລກນີ້ຕາມປະຫວັດສາດທີ່ບັນທືກໄວ້ເປັນເວລາຫລາຍກວ່າ 3,000 ປີ ໂດຍອັກສອນຮູບເຮຍທີ່ໂຣກາບຟິກ(Hieroglyphic) ຂອງອິຢິບໂບຮານໄດ້ບັນທືກຖືງຄວາມ ພະຍາຍາມຂອງພະນາງຄະລິໄອພັດຕຣາໃນການຮັກສາຫົວລ້ານຂອງພະສະຫວາມີອັນເປັນ
ທີ່ຮັກຄືຈູເລຍຊິຊາດ້ວຍການໃຊ້ສານພັກວິທີຂອງການຫມັກເທິງຫນັງຫົວຂອງຈູເລຍຊີຊາ ເຊັ່ນໃນສ່ວນຜະສົມແຂ້ວຂອງມ້າ(Horse teeth) ,
ນ້ຳມັນຈາກຫມີ Bear grease , ໄຂກະດູກຂອງກວາງ (Deer marrow )ແລະຫມູປິ້ງ (burnt domestic mice) ແຕ່ຫາໄດ້ຜົນບໍ່ ເຮົາຈື່ງໄດ້ຂະຫນານນົມຂອງພະນາງຄະລີໂອພັດຕຣາວ່າເປັນມານດາຫຼືຜູ້ ໃຫ້ກຳເນີດຄວາມພະຍາຍາມໃນການຮັກສາໂລກຫົວລ້ານ

ໃນຊ່ວງ 2-3 ທົດສະວັດທີ່ຜ່ານມາອົງການອາຫານແລະຢາແລະສະຖາບັນການແພດໄດ້ຍອມຮັບຕົວຢາທີ່ມີຊື່ທາງວິທະຍາສາດວ່າ 52- BLOCKER
 ຊື່ງຢາດັ່ງກ່າວເປັນຢາທີ່ມີເພື່ອໃຊ້ຮັກສາໂລກຕ່ອມລູກຫມາກໃຫຍ່ ຖ້າວ່າໄດ້ມີການອານຸມັດໃຫ້ນຳມາໃຊ້ຮັກ ສາໂລກຫົວລ້ານໃນເພດຊາຍ
ໃນຂະຫນາດ1-2ມິລິກະລ້າມ ໂດຍໃຫ້ຜົນການຮັກສາຢັບຢັ້ງການຫລົ່ນຂອງຜົມບາງກຳມະພັນໄດ້ໃນລະດັບຫນື່ງເທົ່ານັ້ນ ເນື່ອງຈາກບັນ
ຫາຂອງຜົມບາງກຳມະພັນນັ້ນເກີດຈາກມີຢີນ(Gene) ຫົວລ້ານປະຈຳຕົວໂດຍເປັນລັກສະນະການຖ່າຍທອດທາງພັນທຸກຳກຳມະພັນແບບເດັ່ນ
(Dominant Gene) ສະນັ້ນໃນປະຊາກອນທົ່ວໄປຈະພົບຄົນຫົວລ້ານໄດ້ຖືງຮ້ອຍລະ 10 ເປັນຢ່າງຫນ້ອຍ ແຕ່ຈະເພີ່ມຫລາຍຂື້ນໃນກຸ່ມຂອງ ຄໍເຄຊຽນ

(Caucasian) ແລະອາຢັນ (Arayan) ຊື່ງຈະມີປະຊາກອນຫົວລ້ານໄດ້ຫລາຍຖືງຮ້ອຍລະ 25 – 30 ໃນຂະນະທີ່ຊົນເຜົ່າອິນເດຍແດງໃນທະວີບ
ອາເມລິກາດັ້ງເດີມຈະບໍ່ພົບຄົນຫົວລ້ານໃນກຸ່ມຄົນເຫລົ່ານີ້ ຈື່ງເຊື່ອໄດ້ວ່າ ໂລກຫົວລ້ານກຳມະພັນເປັນໂລກທີ່ເກີດຈາກການຜ່າເຫລົ່າ (Mutation)
ຂອງມະນຸດແຕ່ກັບເປັນຢີນເດັ່ນຈື່ງເຮັດໃຫ້ກະຈາຍໄປທົ່ວໂລກ.

ກົນໄກຂອງການເກີດຫົວລ້ານ

ບຸກຄົນທີ່ເປັນຄົນຫົວລ້ານກຳມະພັນທຸກຄົນຈະບໍ່ມີໃຜເລີຍທີ່ປາດຖະຫນາອາການກ່ອນໄວຈະເລີນພັນ ອັນເນື່ອງມາຈາກຕ້ອງລໍຖ້າສັນຍານ
ພິເສດທີ່ຈະມາກະຕຸ້ນກົນໄກຫົວລ້ານຊື່ງກໍ່ຄື ຮໍໂມນເພດຊາຍ(Testosterone) ຊື່ງສ້າງມາຈາກອັນທະເປັນແຫລ່ງໃຫຍ່ ສ່ວນໃນຜູ້ຍິງມາຈາກ
ຕ່ອມຫມວກໄຕແລະຮັງໄຂ່ ຮໍໂມນເພດຊາຍມີຄວາມຈຳເປັນໃນທັງສອງເພດ ເພື່ອອອກລິດຮ່ວມກັບຮໍໂມນການຈະເລີນເຕີບໃຫຍ່
(Growth Hormone) ເພື່ອໃຫ້ກະດູຍາວຂື້ນກ່າວຄືເຮັດໃຫ້ຮ່າງກາຍສູງຂື້ນເປັນຜູ້ໃຫຍ່ເຕັມໂຕ ໂດຍການເຮັດວຽກຂອງຮໍໂມນທຸກຊະນິດ
ນັ້ນຕ້ອງມີ ຣີເຊັບເຕີ້ (Receptors)ເປັນຕົວສະແດງຖືງການອອກລິດຂອງຮໍໂມນນັ້ນ ຣິເຊັບເຕີ້ນັ້ນປ່ຽບໄດ້ກັບສະຖານ ນີ້ປາຍທາງທີ່ຈຳກຳ
ຫນົດການສ້າງໂປຕີນແລະການເຜົາຜານຕ່າງໆຊື່ງຢູ່ນອກເຫນືອອຳນາດຈິດໃຈຂອງມະນຸດ(Autonomic system) ໃນກໍລະນີຂອງ
ບຸກຄົນທີ່ມີຫົວລ້ານ ກຳມະພັນຈະມີສະຖານນີພິເສດ (Special receptors) ບໍລິເວນຮາກຜົມຊື່ງມີຊື່ວ່າ 5 ອັນຟ່າ ຣີດັກເຕດ
(5-alpha-reductase )ຊື່ງໃນປັດຈຸບັນມີການກ່າວຖືງພຽງ2 ຊະນິດ ຄື 5 ອັນຟ່າ ແລະ 2 ຣີເຊັບເຕີ້ ໂດຍທັງ 2 ຕົວຈະເປັນຕົວການ
ສຳຄັນໃນການປ່ຽນແປງຮໍໂມນເພດຊາຍຊະນິດຕັ້ງຕົ້ນກາຍເປັນ 5 -DHT (5-Dihydrotestosterone) ຊື່ງເປັນຮໍໂມນເພດຊາຍຊະນິດ
ຕື້ນຕົວປະກອບກັບການມີ unknown receptor ຊື່ງເຮັດວຽກຮ່ວມກັບ 5- DHTໃນການກະຕຸ້ນໃຫ້ເກີດການເຕີບໃຫຍ່ຂອງເສັ້ນເລືອດຝອຍ
ທີ່ໄປລ້ຽງຮາກຜົມໃນບໍລິເວນທີ່ມີ unknown receptor ເຫລົ່ານັ້ນ ຊື່ງກໍ່ຄືຕຳແຫນ່ງຂອງຫົວທີ່ເປັນຫົວລ້ານກຳມະພັນນັ້ນເອງ

   

 

Home | About Us | Hairloss Causes | Treatment | Before & After Treatment | Contact Us
Weerakit Hair Treatment, Dermatological Clinic,
Tel +662-519-4029, +662-509-2282 Fax +662-510-6730
Bangkok Thailand. email: hanveerakit@hotmail.com